ກອງປະຊຸມວຽກງານປະກັນຄຸນນະພາບການສຶກສາຂອງວິທະຍາໄລ ດົງຄຳຊ້າງ ຄັ້ງວັນທີ 20-23 ກໍລະກົດ 2020 ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ

ກອງປະຊຸມກ່ຽວກັບວຽກງານປະກັນຄຸນນະພາບການສຶກສາຂອງວິທະຍາໄລຄູ ດົງຄຳຊ້າງ ໄດ້ເປີດຂຶ້ນເວລາ 9:00 ໂມງ ໃນວັນທີ 20 ກໍລະກົດ 2020 ເຊິ່ງດຳເນີນໄປເປັນເວລາ 4 ວັນ ນັບແຕ່ວັນທີ 20-23 ກໍລະກົດ 2020 ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ ໂດຍທ່ານ ອາຈານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ ເປັນປະທານກອງປະຊຸມ ໃຫ້ກຽດເປີດພິທີ, ເຊິ່ງເພິ່ນໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຕໍ່ການພັດທະນາວິທະຍາໄລຄູ ດົງຄຳຊ້າງກໍຄືການປະກັນການສຶກສາໃຫ້ມີຄຸນນະພາບ ຫຼື ປະກັນຄຸນະພາບການສຶກສາ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 13 ທ່ານ. ໃນນັ້ນມີວິທະຍາກອນຈຳນວນ 2 ທ່ານ ຈາກສູນປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.

ຈຸດປະສົງຂອງກອງປະຊຸມເພື່ອ:

1. ທົບທວນ ແລະ ປັບປຸງວິໄສທັດ, ພາລະກິດ ແລະ ຈຸດໝາຍຂອງວິທະຍາໄລຄູ ດົງຄຳຊ້າງ.
2. ກຳນົດ ແລະ ວິເຄາະ SWOT.
3. ວິເຄາະ ແລະ ກຳນົດຜົນໄດ້ຮັບຂອງການຮຽນ (Learning Outcomes).

ດ້ານເນື້ອໃນ

- ເນື້ອໃນທີ່ນຳມາເຝິກອົບຮົມມີດັ່ງນີ້:
1. ທົບທວນ ແລະ ປັບປຸງວິໄສທັດ, ພາລະກິດ ແລະ ຈຸດໝາຍຂອງວິທະຍາໄລຄູ ດົງຄຳຊ້າງ.
2. ກຳນົດ ແລະ ວິເຄາະ SWOT.
3. ວິເຄາະ ແລະ ກຳນົດຜົນໄດ້ຮັບຂອງການຮຽນ (Learning Outcomes).

ການດໍາເນີນກອງປະຊຸມ

- ກອງປະຊຸມໄດ້ດຳເນີນໄປຢ່າງເປັນຂະບວນການຟົດຟື້ນ, ມີການນຳສະເໜີ, ປະກອບຄໍາຄິດຄໍາເຫັນແລກປ່ຽນ ແລະ ຖອດຖອນບົດຮຽນ, ທົບທວນຄືນກ່ຽວກັບວິໄສທັດ, ພາລະກິດ ແລະ ຈຸດໝາຍທີ່ຜ່ານມາ, ມີການແບ່ງກຸ່ມປະຕິບັດຕົວຈິງ ໂດຍການຮັບຜິດຊອບຕາມແຕ່ລະສາຍຮຽນ (ສາຍຄູອະນຸບານ, ສາຍຄູປະຖົມ, ສາຍຄູປະຫວັດສາດ ແລະ ສາຍຄູຊີວະສາດ).
- ແຕ່ລະກຸ່ມຄົ້ນຄວ້າ, ສົນທະນາ ແລະ ໄດ້ມີການນໍາສະເໜີຜົນການຄົ້ນຄ້ວາ.
- ວິເຄາະ ແລະ ກຳນົດຜົນການຮຽນຂອງຜູ້ຮຽນ (Learning Outcomes) ໂດຍໃຫ້ແຕ່ລະກຸ່ມກໍານົດຜົນການຮຽນຂອງຜູ້ຮຽນຕາມຫຼັກສູດ, ລາຍວິຊາ ແລະ ບົດຮຽນ ເຊິ່ງກຳນົດເປັນກຸ່ມ ແລະ ບຸກຄົນ.
- ຫຼັງຈາກນັ້ນກໍໄດ້ມີການນໍາສະເໜີຜົນການຄົ້ນຄ້ວາຕາມທີ່ໄດ້ກຳນົດໄວ້.