ກອງປະຊຸມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ

ກອງປະຊຸມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ຣາຊະອານາຈັກໄທ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ທາງດ້ານວິຊາການ. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນເວລາ 10 ໂມງເຊົ້າຂອງວັນທີ 23 ມີນາ 2017 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ຣາຊະອານາຈັກໄທ ໂດຍການເປັນປະທານຂອງ ທ່ານ ຜຊ. ສຈ. ດຣ. ສອນໃຊ ມຸ່ງໄທສົງ ອະທິການບໍດີ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ພ້ອມດ້ວຍຄະນະ(ຝ່າຍຣາຊະອານາຈັກໄທ) ແລະ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ ພ້ອມດ້ວຍຄະນະ(ຝ່າຍ ສປປ ລາວ) ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບຂອບເຂດການຮ່ວມມື, ການວາງແຜນການຈັດກິດຈະກຳ ແລະ ການພັດທະນາ ດ້ານວິຊາການໃນໂຂງເຂດວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ມະນຸດສາດ, ຄອມພິວເຕີ ແລະ ດ້ານເທັກໂນໂລຊີ-ຂໍ້ມູນຂ່າວສານ ຕະຫຼອດເຖິງການເຮັດການວິໃຈດ້ານການສຶກສາຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ສຶກສາຄວາມຮູ້ທ້ອງຖິ່ນ ແລະ ວັດທະນະທຳທ້ອງຖິ່ນ ຂອງທັງສອງສະຖາບັນໃນອານາຄົດ; ເຊິ່ງໃນກອງປະຊຸມທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນກຳນົດເງື່ອນໄຂ, ກິດຈະກຳຕ່າງໆ ແລະ ເຫັນດີລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນດັ່ງລຸ່ມນີ້: 1. ແລກປ່ຽນບຸກຄະລາກອນ ແລະ ນັກສຶກສາດ້ານວິຊາການຮ່ວມກັນ 2. ແລກປ່ຽນ ແລະ ເຜີຍແຜ່ວຽກງານທາງດ້ານວິຊາການຮ່ວມກັນ 3. ຂະຫຍາຍການສ້າງໂຄງການວິໃຈ, ຈັດສຳມະນາ ແລະ ຈັດກອງປະຊຸມຮ່ວມກັນ 4. ຂະຫຍາຍເຄືອຂ່າຍການສຶກສາ ແລະ ສ້າງກິດຈະກຳວິໃຈການສຶກສາ
ພາບ, ຂ່າວ ແລະ ເຕັກນິກໂດຍ: ແກ້ວມຸກດາ ຂັດຕິຍະວົງ.