ພິທີວາງສິລາລຶກ ໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນ ສປປ ລາວ ໂດຍໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈັດຂຶ້ນໃນວັນທີ 10 ມີຖຸນາ 2022 ຢູ່ວິທະຍາໄລຄູ ດົງຄໍາຊ້າງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະລະຊະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ທ່ານ ນາກາເຊະ ໂທຊິ ຫົວໜ້າຫ້ອງການ ອົງການໄຈກາ ປະຈໍາ ສປປ ລາວ ພ້ອມດ້ວຍທ່ານຫົວໜ້າຫ້ອງການ ຫົວໜ້າກົມ-ຮອງກົມ ຈາກກະຊວງສຶກສາທິການ ແລະ ກີລາ ເລຂາທິການສະມາຄົມມິດຕະພາບລາວ-ຍີ່ປຸ່ນ ຜູ້ອໍານວຍການວິທະຍາໄລຄູ 8 ແຫ່ງ ຜູ້ຕາງໜ້າກະຊວງອ້ອມຂ້າງສູນກາງ ພະນັກງານຄູ-ອາຈານ ແລະ ນ້ອງນັກສຶກສາ ເຂົ້າຮ່ວມ. ໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປລາວ ແມ່ນໄດ້ຮັບການລົງນາມສັນຍາຊ່ວຍເຫຼືອລ້າຢ່າງເປັນທາງການ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ສະບັບເລກທີ 2060160 ລົງວັນທີ 10 ກັນຍາ 2020 ລວມເປັນມູນຄ່າທັງຫມົດ 1.912.000.000 ເຢັນ (ສະກຸນເງິນຍີ່ປຸ່ນ) ຫຼື 18.000.000 ໂດລາສະຫະລັດ ໂຄງການດັ່ງກ່າວແມ່ນເລັ່ງໃສ່ການປູກສ້າງອາຄານຮຽນ ຫ້ອງຮຽນ ສະໜອງອຸປະກອນສື່ການຮຽນການສອນ ໃຫ້ ໂຮງຮຽນສາທິດຂອງວິທະຍາໄລຄູ ແລະ ຍັງໄດ້ປູກສ້າງຫໍພັກນັກສຶກສາຄູ ຫ້ອງນ້ໍາ ອາຄານອາເນກປະສົງຈໍານວນໜຶ່ງ ໃຫ້ວິທະຍາໄລຄູ 8 ແຫ່ງໃນ ສປປ ລາວ ຄື:ວິທະຍາໄລຄູຫຼວງນ້ໍາທາ ຫຼວງພະບາງ ຄັງໄຂ ບ້ານເກິນ ດົງຄໍາຊ້າງ ສະຫວັນນະເຂດ ສາລະວັນ ແລະ ວິທະຍາໄລຄູ ປາກເຊ. ທ່ານ ເກດ ພັນລັກ ຫົວຫນ້າກົມສ້າງຄູ ຍັງໄດ້ໃຫ້ຊາບອີກວ່າ: ເພື່ອປັບປຸງວິທະຍາໄລຄູ ໃນ ສປປ ລາວ ໃນການພັດທະນາຄຸນນະພາບການສຶກສາ ໂດຍສະເພາະແມ່ນຄຸນນະພາບການສຶກສາຄູ ເຮັດໃຫ້ນັກສຶກສາຄູ ໃນສາຍສ້າງຄູອະນຸບານ ສ້າງຄູປະຖົມ ແລະ ສາຍສ້າງຄູມັດທະຍົມ ມີສະຖານທີ່ເຝິກຫັດສອນໃນຫ້ອງຮຽນ ເນັ້ນໃສ່ການເຝິກສອນຕົວຈີງໃຫ້ຫຼາຍຂຶ້ນ ຄຽງຄູ່ກັບພາກທິດສະດີໃນການແລກປ່ຽນປະສົບການ ແລະ ຮ່ວມໂມງສອນໃນເວລາຂຶ້ນຫ້ອງສອນຕົວຈິງ ໃນແຕ່ລະພາກຮຽນໃຫ້ມີຄວາມຕໍ່ເນື່ອງ. ການດໍາເນີນວຽກງານປຸກສ້າງຂອງໂຄງການ ແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນດໍາເນີນຢູ່ 4 ວິທະຍາໄລຄູ ຄື: ວິທະຍາໄລຄູ ຫຼວງນ້ໍາທາ ຫຼວງພະບາງ ຄັງໄຂ ແລະ ວິທະຍາໄລຄູ ດົງຄໍາຊ້າງ ເຊິ່ງໄດ້ເລີ່ມຕົ້ນລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ 2022 ສໍາລັບໄລຍະທີ 2 ຈະໄດ້ຈັດຕັ້ງປະຕິບັດຢູ່ 4 ວິທະຍາໄລຄູ ຄື:ວິທະຍາໄລຄູ ບ້ານເກິນ ສະຫວັນນະເຂດ ສາລະວັນ ແລະ ວິທະຍາໄລຄູ ປາກເຊ ເຊິ່ງຈະໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໃນເດືອນກັນຍາ 2023 ໂຄງການດັ່ງກ່າວ ມີໄລຍະຈັດຕັ້ງປະຕິບັດແຕ່ເດືອນກັນຍາ 2020 ເຖິງ ເດືອນທັນວາ 2026.