ຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງຮ່ວມກັບສະຖານບັນອາຊີວະສຶກສາ ໄດ້ເຂົ້າການແຂ່ງຂັນກິລາບານເຕະ8ມ່ວນສາມັກຄີ ຂອງຄະນະຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ ສສກ ຄັ້ງວັນທີ 10/10/2020,

ຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງຮ່ວມກັບສະຖານບັນອາຊີວະສຶກສາ ໄດ້ເຂົ້າການແຂ່ງຂັນກິລາບານເຕະ8ມ່ວນສາມັກຄີ ຂອງຄະນະຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ ສສກ ຄັ້ງວັນທີ10/10/2020, ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ເຊິ່ງນຳພາໂດຍຄະນະຊາວໜຸ່ມ, ນັກກິລາ ແລະ ກອງເຊຍທັງສອງພາກສ່ວນ. ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ປະກອບມີ 8 ທິມຈາກຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ການແຂ່ງຂັນຄັ້ງນີ້ແມ່ນເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ26 ປີ. ການແຂ່ງຂັນດຳເນີນໄປຢ່າງເປັນຂະບວນການຟົດຟື້ນ ມ່ວນຊືນ ດ້ວຍຄວາມສາມັກຄີໄມຕີຈິດເຊິ່ງກັນ ແລະ ກັນ.